Latest Update: 22/06/2021
ການກຳນົດເຂດລະບາດ
ເຂດ/ບ້ານສີແດງ
ໝາຍເຖິງບ້ານທີ່ມີຜູ້ຕິດເຊື້ອ 1 ກໍລະນີທີ່ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ຫຼື ການເກີດເປັນຈຸ້ມທີ່ມີ 2 ກໍລະນີຂື້ນໄປໃນໄລຍະ 14 ວັນຜ່ານມາ
ເຂດ/ບ້ານສີເຫຼືອງ
ໝາຍເຖິງບ້ານທີ່ມີຜູ້ຕິດເຊື້ອ 1 ກໍລະນີ ທີ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອໃນໄລຍະ 14 ວັນຜ່ານມາ ແລະ/ຫຼື ເປັນບ້ານທີ່ມີຊາຍແດນຕິດກັບເຂດບ້ານສີແດງ ຫຼື ເປັນບ້ານທີ່ມີລາຍງານຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອ
ເຂດ/ບ້ານສີຂຽວ
ໝາຍເຖິງບ້ານທີ່ບໍ່ມີຜູ້ຕິດເຊື້ອ ແລະ ບໍ່ມີຜູ້ສຳພັດໃກ້ຊິດ ໃນໄລຍະ 14 ວັນຜ່ານມາ
